|
ປະເພນີສົ່ງສະການ ຂອງຊົນເຜົ່າໄທເຫນືອ ແຂວງຜົ້ງສາລີ
* ທຸກໆຊົນເຜົ່າໃນປະເທດເຮົາລ້ວນແຕ່ມີປະເພນີກ່ຽວກັບການສົ່ງ ສະການ, ການເກີດລູກ, ການແຕ່ງ ດອງ,
ໂຄງສ້າງທາງສັງຄົມ
ແລະອື່ນໆ. ແຕ່ຂັ້ນຕອນໃນການ ຈັດຕັ້ງປະຕິບັດພັດມີຄວາມແຕກຕ່າງກັນ, ຊ້ຳບໍ່ໜຳປະ
ເພນີຂອງຊົນເຜົ່າດຽວກັນ
ຫາກໃນເມື່ອໄດ້ຕັ້ງພູມລຳເນົາ ແລະດຳລົງຊີວິດຄົນລະແຫ່ງຫົນກໍມີປະເພນີທີ່ເປັນ
ເອກະລັກສະເພາະຂອງທ້ອງຖິ່ນຕົນເອງ.
ຖ້າຢູ່ເຮືອນໃດໜຶ່ງມີຄົນຕາຍຈະຕ້ອງປະຕິບັດຕາມ 1 ໃນ 3 ກໍລະນີເປັນຕົ້ນ, ຖ້າຄົນຕາຍ ມີອາຍຸ 20 ປີລົງມາ
ແລະຄົນຕາຍຫຸງກໍເອົາໄປປ່າຊ້າໃນມື້ນັ້ນເລີຍ. ແຕ່ຖ້າຜູ້ຕາຍມີອາຍຸສູງທັງເປັນຜູ້ທີ່ມີອິດທິພົນຕໍ່ສັງຄົມ,
ມີລູກຊາຍຫລາຍຄົນກໍຈະໄດ້ດຳເນີນການຄົບງັນແຕ່ 1-2 ວັນຄືນ. ເມື່ອຄົນຜູ້ນັ້ນໃຈຂາດແລ້ວເພິ່ນກໍເອົາຜ້າ
ຂາວປູໃນໂລງ. ຖ້າບໍ່ທັນມີໂລງກໍຕ້ອງແຕ່ງຄົນໄປຖາກໂລງເສຍກ່ອນ. ກ່ອນຈະເອົາ ເຂົ້າໂລງເພິ່ນນຸ່ງເຄື່ອງນຸ່ງຊຸດ
ໃໝ່ໃຫ້ແລ້ວຈຶ່ງຄ່ອຍຫາມສົບເຂົ້າໂລງ, ເອົາຜ້າຂາວປົກປາກໂລງອີກຜືນໜຶ່ງ, ເອົາຝາອັດປາກໂລງສົບ ແລະ
ຕອກເຫລັກຕະປູໃຫ້ແໜ້ນ, ຈາກນັ້ນເອົາໂລງສົບມາດອຍໄວ້ຢູ່ກາງຫ້ອງເຮືອນ ໂດຍປິ່ນຫົວໂລງໄປຫາຮ້ານບູຊາ
ຜີເຮືອນ ແລ້ວກໍດຳເນີນການຄົບງັນຕາມປະເພນີ ຕາມຖານະ ຂອງຄອບຄົວຜູ້ຕາຍ.
ໃນພິທີສົ່ງສະການ ເພິ່ນໃຫ້ເຈົ້າຂອງເຮືອນ ຂ້າເປັດ, ໄກ່ ແລະໝູຢ່າງລະໜຶ່ງໂຕ ພ້ອມຕັດເອົາສິ້ນສ່ວນນ້ອຍໆ
ຂອງສັດເຫຼົ່ານັ້ນຖວາຍໃຫ້ວິນ ຍານຂອງຜູ້ຕາຍ ໄລຍະໜຶ່ງແລ້ວມອບໃຫ້ລູກເຂີຍ, ລູກຊາຍ ຫລື ພີ່ນ້ອງຊັ້ນຈຳ
8 ຄົນ ຫາມໂລງສົບອອກຈາກຫ້ອງເຮືອນ ແລະກໍຫາມໂລງສົບໄປປ່າຊ້າ. ເມື່ອໄປເຖິງປ່າຊ້າແລ້ວ ແມ່ນເພິ່ນ
ປະຕິບັດຕາມ 1 ໃນ3 ກໍລະນີເຊັ່ນ: ກໍລະນີປະໄວ້: ແມ່ນເພິ່ນເຮັດຕູບຢູ່ໃນປ່າຊ້າແລ້ວຈຶ່ງຄ່ອຍຫາມໂລງສົບ
ໄວ້ເທິງຕອບ. ເມື່ອເຖິງເດືອນ 4 ຂອງປີນັ້ນ ຫລືປີໜ້າ ເພິ່ນຈຶ່ງຄ່ອຍເຊີນພວກເຖົ້າແກ່ອາວຸໂສໄປເບິ່ງສະຖານທີ່ຄາດ
ວ່າຈະຝັງໂລງສົບນັ້ນ. ຖ້າເພິ່ນເຫັນວ່າບ່ອນໃດມີຄວາມເໝາະສົມ ເພິ່ນກໍສ່ຽງດ້ວຍວິທີແກວ່ງໄຂ່ໄກ່ດຳປອດຫົວສາວ
ໃສ່ບ່ອນຄາດວ່າຈະຝັງ ຖ້າໄຂ່ແຕກຢູ່ບ່ອນໃດເພິ່ນກໍຝັງຢູ່ ບ່ອນນັ້ນ. ຝັງສົບແລ້ວ ເຈົ້າຂອງເຮືອນດີກໍຂ້າຄວາຍ ແລ້ວຕັດເອົາສິ້ນສ່ວນນ້ອຍໆຖວາຍໃຫ້ແກ່ວິນຍານຂອງຜູ້ຕາຍ ແລະ ຜູ້ທີ່ມາສົ່ງສະ ການ ກິນຢູ່ທີ່ປ່າຊ້ານັ້ນເລີຍ,
ແຕ່ຖ້າກິນບໍ່ໝົດກໍເອົາເມືອກິນຢູ່ບ້ານ ຫລືເຮືອນໃດລາວກໍໄດ້. ແຕ່ຕ້ອງມີການຫຸ້ມຫໍ່ ເພາະຕາມຄວາມສຳນຶກຂອງເຂົາເຈົ້າ, ຖ້າເຮົາຫລຽວຄືນຫລັງຈະເຮັດໃຫ້ວິນຍານຂອງຄົນຕາຍນັ້ນນຳເມືອບ້ານ, ພ້ອມທັງຈະລົບກວນບ້ານເມືອງອີກ.
ໃນກໍລະນີຈູດ: ເມື່ອເຄື່ອນສົບເຖິງປ່າຊ້າເພິ່ນກໍຈູດໃນມື້ນັ້ນເລີຍ, ພ້ອມທັງເຮັດຕູບຢູ່ສະຖານທີ່ ທີ່ໄດ້ຈູດໂລງສົບນັ້ນ.
ເມືອເຖິງເດືອນ 4 ຂອງປີນັ້ນ ຫລືປີໜ້າກໍຫາມໂລງມາຈາກສະຖນທີ່ອື່ນມາຫາສະຖານທີ່ ທີ່ໄດ້ຈູດໂລງສົບນັ້ນ,
ພ້ອມເຊີນພວກເຖົ້າແກ່ອາວຸໂສ, ຍາດພີ່ນ້ອງ ແລະໝູ່ຄູ່ເພື່ອນຝູງມາເກັບກະດູກ ແລະຂີ້ເທົ່າໃສ່ໂລງແລ້ວກໍຫາມ
ໂລງໄປຫາສະຖານທີ່ຄາດວ່າຈະຝັງໂລງນັ້ນ. ແຕ່ກ່ອນຈະຝັງໂລງດູກຢູ່ບ່ອນໃດເພິ່ນກໍສ່ຽງດ້ວຍວິທີແກວ່ງໄຂ່ໄກ່
ດຳປອດຫົວສາວໃສ່ບ່ອນຄາດວ່າຈະຝັງໂລງດູກນັ້ນ, ໄຂ່ໄກ່ແຕກຢູ່ບ່ອນໃດເພິ່ນກໍຂຸດຂຸມຝັງຢູ່ບ່ອນນັ້ນ.
ກໍລະນີຄົນຕາຍມີອາຍຸ 20 ລົງມາ ແລະ ຄົນຕາຍຫຸງແມ່ນເອົາໄປຖິ້ມຢູ່ປ່າຊ້າໃນມື້ນັ້ນ, ໂດຍບໍ່ຝັງ ແລະ ບໍ່ຈູດ
ແຕ່ຢ່າງໃດເລີຍ.
ສັງລວມແລ້ວປະເພນີການສົ່ງສະ ການ ຂອງຊົນເຜົ່າໄທເໜືອຢູ່ແຂວງຜົ້ງສາລີ ມີຄວາມແຕກຕ່າງກັນກັບ ປະເພນີກ່ຽວກັບການສົ່ງສະການຂອງຊົນເຜົ່າໄທເໜືອຢູ່ເມືອງສິງແຂວງຫລວງນ້ຳທາ ກໍເພາະວ່າ ໄທເໜືອຢ
ູ່ເມືອງສິງ,
ເມື່ອສົ່ງສະຖານສຳເລັດແລ້ວບາງເທື່ອໄວ ຫລື ຊ້າເພິ່ນກໍເຮັດ ແຈກເຮັດທານຄືກັນກັບບາງຊົນເຜົ່າໃນໝວດພາສາ
ລາວ-ໄຕ. ແຕ່ວ່າໄທເໜືອຢູ່ເມືອງຍອດອູ ພັດບໍ່ໄດ້ເຮັດແຈກເຮັດທານພຽງແຕ່ເມື່ອເຖິງເດືອນສີ່ (ຕາມປະຕິທິນຊົນ
ເຜົ່າລື້) ຖ້າພວກລູກຫລານ ຫລືຄົນຢູ່ໃນຄອບຄົວນັ້ນໆຫາກມີຄວາມຄິດຮອດຄິດເຖິງຕໍ່ຜູ້ທີ່ລ່ວງລັບໄປນັ້ນກໍໄປຖາກໄປຖາ ງຫຍ້າຢູ່ບໍລິເວນຂຸມຝັງສົບໃຫ້ມັນແປນແລ້ວກໍໄຕ້ທູບໄຕ້ທຽນຢູ່ທີ່ນັ້ນ./.
|