ສົມຄວນຢ່າງຍີ່ງ ເພື່ອຈະເອົາແບບຢ່າງ
* ຫາກທ່ານໃດມີໂອກາດດີໆກໍລອງໆຂີ່ລົດເລາະຕາມເສັ້ນທາງສຳຄັນສາຍຕ່າງໆພາຍ ໃນເມືອງເບິ່ງ, ແລ້ວເຮົາຈະ ສັງເກດເຫັນວ່າ:ປະຈຸບັນນີ້ບັນດາຮ້ານອາຫານ,ຮ້ານບັນເທີງ ຢູໃນ ນະ ຄອນຫລວງວຽງຈັນ ແມ່ນເກີດຂຶ້ນເປັນຈຳ ນວນຫລວງຫລາຍ”ເຫມືອນກັບດອກເຫັດ ໃນ ຍາມຝົນ”ກໍວ່າໄດ້ໂດຍສະເພາະແມ່ນ ລຽບຕາມເສັ້ນທາງແຄມຂອງ...ເຫັນ ແນວນີ້ເຮົາກໍດີໃຈ ເພາະ ມັນໄດ້ສະແດງໃຫ້ເຫັນວ່າ:ບ້ານເຮົາເມືອງເຮົາມີຄວາມ ຈະເລີນຮຸ່ງເຮືອງສີວິໄລ,ປະຊາ ຊົນມີວຽກເຮັດງານທຳ,ຮູ້ທຳມາຫາກິນຫຼາຍຂຶ້ນ, ແຕ່ ແນວໃດກໍດີ ບັນດາຜູ້ປະກອບ ການດ້ານນີ ້ ກ ໍຄວນຄຳນຶງເຖິງການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດເຮົາແດ່ ເພາະຕາມເສັ້ນ ທາງຍຸດທະຍາດສາດເຫລົ່ານີ້ເຮົາຈະສັງເກດເຫັນວ່າ:ຜູ້ທີ່ເຂົ້າມາໃຊ້ບໍລິການສ່ວນໃຫຍ່ລ້ວນແລ້ວແຕ່ເປັນແຂກຕ່າງດ້າວທ້າວຕ່າງແດນກັນທັງນັ້ນຍ້ອນຄຳຊ່າລືທີ່ວ່າ:ປະເທດລາວເຮົາເປັນປະເທດທີ່ອຸດົມໄປດ້ວຍຮ່ອງຮອຍອະລິຍະທຳທີ່ຫລາກຫລາຍແລະດີງາມຈຶ່ງດຶງດູດໃຫ້ກຸ່ມຄົນເຫລົ່ານັ້ນສົນໃຈເຂົ້າມາທ່ຽວບ້ານເຮົານັບມື້ນັບເພີ່ມຫລາຍຂຶ້ນ,ມີຈຸດໜຶ່ງຂໍໃຊ້ປະໂຫຍກທີ່ວ່າ ”ຈັກ ໜ້ອຍພໍພວກເຂົາໄດ້ມາເຫັນດ້ວຍສາຍຕາຕົວຈິງແລ້ວເຂົາສິຫາວ່າບໍ່ເຫັນເປັນດັ່ງຄຳຊ່າລື ”ເປັນ ຫຍັງ ? ກໍເພາະວ່າເທົ່າທີ່ສັງເກດເຫັນແລະໄດ້ເຂົ້າໄປໃຊ້ບໍລິການຈະເຫັນວ່າ: ບັນດາຮ້ານ ເຫຼົ່ານີ້ຍັງຖືເບົາຕໍ່ການຮັກສາວັດທະນະທຳອັນດີງາມຂອງຊາດໂດຍສະເພາະແມ່ນການນຸ່ງຖືຍັງບໍ່ເປັນລະບຽບ...ເວົ້າແບບນີ້ກໍບໍ່ໄດ້ຕີລວດກວາດພຽງໄປຫມົດເພາະຍັງມີອີກຫລາຍໆຮ້ານທີ່ຍັງຮັກສາໄວ້ໄດ້ຍັງວັດທະນະທຳທີ່ດີງາມຂອງຊາດເປັນຢ໘່າງດີເຊິ່ງມີຮ້ານອາຫານແຫ່ງໜຶ່ງເຫັນວ່າມີການປະ ພຶດປະຕິບັດດ້ວຍທ່າທີກິລິຍາມາລະ ຍາດ, ການນຸ່ງຖືທີ່ສ່ອງແສງ ໃຫ້ເຫັນວັດ ທະນະ ທຳ ອັນດີງາມຂອງຊາດລາວຄົນລາວພວກເຮົາ ແລະ ການທີ່ຍົກເອົາຮ້ານ ອາຫານຂອບໃຈ ເດີ ນີ້ຂຶ້ນມາເວົ້າບໍ່ໄດ້ມີເຈດຕະນາໂຄສະນາປະຊາສຳພັນໃຫ້ແກ່ຮ້ານດັ່ງ ກ່າວນີ້ແຕ່ປະການໃດ ແຕ່ໃນນາມທີ່ເປັນສື່ກາງເມື່ອປະສົບພົບພໍ້ສິ່ງດີໆງາມໆກໍຢາກຢິບຍົກເອົາເລື່ອງດີໆງາມໆເຫລົ່ານີ້ມາເລົ່າສູ່ກັນຟັງເພື່ອເປັນບົດຮຽນທີ່ດີໃຫ້ຜູ້້ປະກອບການທາງດ້ານນີ້ໄດ້ເອົາເປັນແບບຢ່າງ. ບັນຍາກາດຂອງຮ້ານດັ່ງກ່າວເປັນແບບນີ້ :ພໍແຕ່ເຮົາຈະຍ່າງກ້າວເຂົ້າປາກປະຕູ ຮ້ານອາຫານ ແຫ່ງໜຶ່ງ ເຮົາຈະເຫັນຍິງ-ຊາຍນຸ່ງເຄື່ອງສຸພາບຄື:”ສິ້ນ”ທີ່ເປັນເອກະລັກໃນການ ນຸ່ງຖືຂອງແມ່ຍິງ ລາວ ຢືນຕ້ອນຮັບ ພ້ອມທັງຍົກມືນົບໃຫ້ຄວາມເຄົາລົບແຂກຄົມທັງກ່າວຖາມ ສະບາຍດີຢ່າງສຸ ພາບ ອ່ອນຫວານແລະຮຽບຮ້ອຍບວກກັບຮອຍຍິ້ມທີ່ເປັນຊັບສົມບັດຂອງຄົນລາວເຮົາໄວ້ເສີບ ເປັນອາຫານຈານທຳອິດ ຊຶ່ງການບໍລິການດັ່ງກ່າວນີ້ ມັນໄດ້ສ້າງຄວາມປະທັບໃຈໃຫ້ຜູ້ທີ່ເຂົ້າມາ ໃຊ້ບໍລິການພາຍໃນຮ້ານນີ້ເປັນຢ່າງດີຄື:ໃນແຕ່ລະມື້ເຮົາຈະເຫັນລູກຄ້າທີ່ເຂົ້າມາໃຊ້ບໍລິການ ຂອງຮ້ານນີ້ເປັນຈຳນວນຫລາຍເຊິ່ງມັນສະແດງໃຫ້ເຫັນແລ້ວວ່າ:ຍາມໃດວັດທະນະທຳກໍ ຍ່ອມຕິດພັນກັບວິຖີການດຳລົງຊີວິດຂອງຄົນລາວເຮົາບໍ່ວ່າຈະຍຸກໃດສະໃຫມໃດ.ເອົາລະກ່ຽວ ກັບການບໍລິການດີໆແບບນີ້ ຜູ້ຂຽນຂໍໂຈະໄວ້ພຽງທໍ່ໍນີ້ຫາກມີໂອກາດ ຈະພາຍະຍາມຕິດຕໍ່ ສຳ ພາດ ກັບເຈົ້າຂອງຮ້ານອາຫານແຫ່ງນີ້ແລ້ວນຳມາເລົ່າສູ່ກັນຟັງຕື່ມອີກໃນໂອກາດຫນ້າ./.