
|

ສົມຄວນຢ່າງຍີ່ງ ເພື່ອຈະເອົາແບບຢ່າງ
* ຫາກທ່ານໃດມີໂອກາດດີໆກໍລອງໆຂີ່ລົດເລາະຕາມເສັ້ນທາງສຳຄັນສາຍຕ່າງໆພາຍໃນເມືອງເບິ່ງ, ແລ້ວເຮົາຈະ
ສັງເກດເຫັນວ່າ:ປະຈຸບັນນີ້ ບັນດາຮ້ານອາຫານ,ຮ້ານບັນເທີງຢູໃນນະຄອນຫລວງວຽງຈັນ ແມ່ນເກີດຂຶ້ນເປັນຈຳ
ນວນຫລວງຫລາຍ”ເຫມືອນກັບດອກເຫັດໃນຍາມຝົນ”ກໍວ່າໄດ້ໂດຍສະເພາະແມ່ນ
ລຽບຕາມເສັ້ນທາງແຄມຂອງ...ເຫັນແນວນີ້ເຮົາກໍດີໃຈເພາະມັນໄດ້ສະແດງໃຫ້ເຫັນວ່າ:ບ້ານເຮົາເມືອງເຮົາມີຄວາມ
ຈະເລີນຮຸ່ງເຮືອງສີວິໄລ,ປະຊາຊົນມີວຽກເຮັດງານທຳ,ຮູ້ທຳມາຫາກິນຫຼາຍຂຶ້ນ, ແຕ່ ແນວໃດກໍດີ ບັນດາຜູ້ປະກອບ
ການດ້ານນີ້ກໍຄວນຄຳນຶງເຖິງການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດເຮົາແດ່ ເພາະຕາມເສັ້ນທາງຍຸດ
ທະຍາດສາດເຫລົ່ານີ້ເຮົາຈະສັງເກດເຫັນວ່າ:ຜູ້ທີ່ເຂົ້າມາໃຊ້ບໍລິການສ່ວນໃຫຍ່ລ້ວນແລ້ວແຕ່ເປັນແຂກຕ່າງດ້າວ
ທ້າວຕ່າງແດນກັນທັງນັ້ນ ຍ້ອນຄຳຊ່າລືທີ່ວ່າ:ປະເທດລາວເຮົາເປັນປະເທດທີ່ອຸດົມໄປດ້ວຍຮ່ອງຮອຍອະລິຍະ
ທຳທີ່ຫລາກຫລາຍແລະດີງາມຈຶ່ງດຶງດູດໃຫ້ກຸ່ມຄົນເຫລົ່ານັ້ນສົນໃຈເຂົ້າມາທ່ຽວບ້ານເຮົານັບມື້ນັບເພີ່ມຫລາຍຂຶ້ນ,
ມີຈຸດໜຶ່ງຂໍໃຊ້ປະໂຫຍກທີ່ວ່າ ”ຈັກໜ້ອຍພໍພວກເຂົາໄດ້ມາເຫັນດ້ວຍສາຍຕາຕົວຈິງແລ້ວເຂົາສິຫາວ່າບໍ່ເຫັນເປັນດັ່ງຄຳ
ຊ່າລື ”ເປັນຫຍັງ ? ກໍເພາະວ່າເທົ່າທີ່ສັງເກດເຫັນແລະໄດ້ເຂົ້າໄປໃຊ້ບໍລິການຈະເຫັນວ່າ: ບັນດາຮ້ານເຫຼົ່ານີ້ຍັງຖືເບົາ
ຕໍ່ການຮັກສາວັດທະນະທຳອັນດີງາມຂອງຊາດ ໂດຍສະເພາະແມ່ນການນຸ່ງຖືຍັງບໍ່ເປັນລະບຽບ...ເວົ້າແບບນີ້ກໍ
ບໍ່ໄດ້ຕີລວດກວາດພຽງໄປຫມົດເພາະຍັງມີອີກຫລາຍໆຮ້ານທີ່ຍັງຮັກສາໄວ້ໄດ້ຍັງວັດທະນະທຳທີ່ດີງາມຂອງຊາດ
ເປັນຢ໘່າງດີ ເຊິ່ງມີຮ້ານອາຫານແຫ່ງໜຶ່ງເຫັນວ່າມີການປະ ພຶດປະຕິບັດດ້ວຍທ່າທີກິລິຍາມາລະ ຍາດ, ການ
ນຸ່ງຖືທີ່ສ່ອງແສງໃຫ້ເຫັນວັດທະນະທຳອັນດີງາມຂອງຊາດລາວຄົນລາວພວກເຮົາ ແລະ ການທີ່ຍົກເອົາຮ້ານ
ອາຫານຂອບໃຈເດີນີ້ຂຶ້ນມາເວົ້າບໍ່ໄດ້ມີເຈດຕະນາໂຄສະນາປະຊາສຳພັນໃຫ້ແກ່ຮ້ານດັ່ງ ກ່າວນີ້ແຕ່ປະການໃດ
ແຕ່ໃນນາມທີ່ເປັນສື່ກາງເມື່ອປະສົບພົບພໍ້ສິ່ງດີໆງາມໆກໍຢາກຢິບຍົກເອົາເລື່ອງດີໆງາມໆເຫລົ່ານີ້ມາເລົ່າສູ່ກັນຟັງ
ເພື່ອເປັນບົດຮຽນທີ່ດີໃຫ້ຜູ້້ປະກອບການທາງດ້ານນີ້ໄດ້ເອົາເປັນແບບຢ່າງ. ບັນຍາກາດຂອງຮ້ານດັ່ງກ່າວເປັນແບບນີ້ :
ພໍແຕ່ເຮົາຈະຍ່າງກ້າວເຂົ້າປາກປະຕູຮ້ານອາຫານແຫ່ງໜຶ່ງ ເຮົາຈະເຫັນຍິງ-ຊາຍນຸ່ງເຄື່ອງສຸພາບຄື:”ສິ້ນ”ທີ່ເປັນ
ເອກະລັກໃນການນຸ່ງຖືຂອງແມ່ຍິງລາວຢືນຕ້ອນຮັບ ພ້ອມທັງຍົກມືນົບໃຫ້ຄວາມເຄົາລົບແຂກຄົມທັງກ່າວຖາມ
ສະບາຍດີຢ່າງສຸພາບອ່ອນຫວານແລະຮຽບຮ້ອຍບວກກັບຮອຍຍິ້ມທີ່ເປັນຊັບສົມບັດຂອງຄົນລາວເຮົາໄວ້ເສີບ
ເປັນອາຫານຈານທຳອິດ ຊຶ່ງການບໍລິການດັ່ງກ່າວນີ້ ມັນໄດ້ສ້າງຄວາມປະທັບໃຈໃຫ້ຜູ້ທີ່ເຂົ້າມາໃຊ້ບໍລິການພາຍ
ໃນຮ້ານນີ້ເປັນຢ່າງດີຄື: ໃນແຕ່ລະມື້ເຮົາຈະເຫັນລູກຄ້າທີ່ເຂົ້າມາໃຊ້ບໍລິການຂອງຮ້ານນີ້ເປັນຈຳນວນຫລາຍ
ເຊິ່ງມັນສະແດງໃຫ້ເຫັນແລ້ວວ່າ:ຍາມໃດວັດທະນະທຳກໍ ຍ່ອມຕິດພັນກັບວິຖີການດຳລົງຊີວິດຂອງຄົນລາວເຮົາ
ບໍ່ວ່າຈະຍຸກໃດສະໃຫມໃດ.ເອົາລະກ່ຽວກັບການບໍລິການດີໆແບບນີ້ ຜູ້ຂຽນຂໍໂຈະໄວ້ພຽງທໍ່ໍນີ້ຫາກມີໂອກາດ
ຈະພາຍະຍາມຕິດຕໍ່ສຳພາດກັບເຈົ້າຂອງຮ້ານອາຫານແຫ່ງນີ້ແລ້ວນຳມາເລົ່າສູ່ກັນຟັງຕື່ມອີກໃນໂອກາດຫນ້າ.
ນອກຈາກຮ້ານນີ້ແລ້ວ ຫາກທ່ານຜູ້ອ່ານທ່ານໃດ ຫລື ຜູ້ປະກອບການດ້ານການບໍລິການທ່ານໃດ ຄິດວ່າການ
ບໍລິການຂອງທ່ານບໍ່ເປັນສອງຮອງໃຜແລ້ວກໍສາມາດສົ່ງຂໍ້ມູນມາໄດ້ທີ່ຫນັງສືພິມຂອງພວກເຮົາ ຫລືວ່າຢາກ
ໃຫ້ທີມງານພວກເຮົາໄດ້ໄປສຳຜັດກັບບັນຍາກາດຕົວຈິງແລ້ວກໍສາມາດຕິດຕໍ່ມາຫາພວກເຮົາໄດ້ທີ່ເບີ:
(021)212447ເພື່ອຈະໄດ້ນຳເອົາຂໍ້ມູນດີໆເຫລົ່ານີ້ໄປນຳສະເຫນີໃຫ້ສັງຄົມໄດ້ຮັບຊາບກັນຕໍ່ໆໄປ./.
|
|
|
|
|
|
|
|
|
|
|
|
|
|
|
|
|
|
|