ທຸກພາກສ່ວນມີສ່ວນຮ່ວມປ້ອງກັນຄວາມສະຫງົບ ພາຍໃນສຳນັກ-ອົງການອ້ອມຂ້າງສູນກາງ
*(ຂປລ): ເພື່ອເປັນການກະກຽມໃຫ້ແກ່ ການປ້ອງກັນ ເວນຍາມ ຢູ່ບັນດາສຳນັກ ອົງການ, ໂຮງຈັກ-ໂຮງງານ, ໂຮງໝໍ, ໂຮງຮຽນ ແລະບັນດາເລົ້າສາງຕ່າງໆ ທີ່ຢູ່ອ້ອມຂ້າງສູນກາງໃຫ້ມີຄວາມສະຫງົບ ປອດໄພຮອບດ້ານ, ຮັບປະກັນ ໃຫ້ແກ່ສາມວັນສຳ ຄັນຂອງ ຊາດຄື: ການສະເຫລີມ ສະຫລອງວັນສະຖາປະນາ ສປປລາວ ຄົບຮອບ 33 ປີ, ວັນຄ້າຍວັນເກີດທ່ານປະທານ ໄກສອນພົມ ວິຫານ ຄົບຮອບ 88 ປີ ແລະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 60 ປີ ໃຫ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ. ໃນຕອນເຊົ້າວັນທີ 19 ພະຈິກ 2008ນີ້, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການຈັດວາງ ກຳລັງປ້ອງກັນໂດຍມີສ່ວນຮ່ວມກັບທຸກພາກສ່ວນຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ພັນໂທ ດຣ ວັນທອງ ສຸລິສັກ, ຮອງຫົວ ໜ້າ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຫົວໜ້າກົມ, ຮອງກົມ ຂະແໜງການຕ່າງໆອ້ອມຂ້າງເຂົ້າຮ່ວມ. ຂະນະດຽວກັນ ກອງປະຊຸມຍັງໄດ້ສະຫລຸບຕີລາຄາສະພາບການ, ການຈັດຕັ້ງເຄື່ອນໄຫວ ເຮັດວຽກງານປ້ອງກັນຄວາມສະຫງົບ ຢູ່ບັນດາສຳນັກງານ ອົງການ ໃນໜຶ່ງປີຜ່ານມາ, ສະຫລຸບກວດກາຄືນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມ ຄະນະປ້ອງກັນ ພາຍໃນ ສຳນັກ-ອົງການອ້ອມຂ້າງສູນກາງຄັ້ງທີ I ລະຫວ່າງວັນທີ 9-10/10/2007 ແລະວາງທິດທາງແຜນ ການສືບຕໍ່ຈັດ ຕັ້ງປະຕິ ບັດໃນປີ 2009./.
ກັບສາລະບານ