ລ້ານຊ້າງມິເນໂຣນສ໌ປະກອບສ່ວນຊ່ວຍເຫລືອ ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ
(ຂປລ) ບໍລິສັດ ອອສ - ລ້ານຊ້າງ ມິເນໂຣນສ໌ ເຊໂປນ ໄດ້ໃຫ້ການຊ່ວຍເຫລືອ ໂຮງຮຽນ ມັດທະຍົມສຶກສາສົມບູນ ວຽງຈັນ ໃນ ການ ບູລະ ນະດ້ານໜ້າ ໂຮງຮຽນດ້ວຍການປູກຫຍ້າ, ກໍ່ສ້າງອ່າງນ້ຳ ແລະເຄື່ອງປ້ຳນ້ຳ; ສ້າງປ້າຍທາງເຂົ້າແລະ ກໍ່ປະຕູໃຫຍ່ທາງ ເຂົ້າ ສອງເບື້ອງ, ກໍ່ເພີ່ມຮົ້ວເຫລັກກຳແພງດ້ານໜ້າຂອງໂຮງຮຽນ, ທາສີກຳແພງ ລວມມູນຄ່າທັງໜົດ 23.000 ໂດລາສະຫະລັດ. ໜ້າວຽກດັ່ງກ່າວໄດ້ເລີ່ມລົງມືມາແຕ່ທ້າຍເດືອນ ເມສາ ຈົນຮອດ ຕົ້ນເດືອນສິງຫາ ປີ 2008 ຊຶ່ງໃຊ້ເວລາການກໍ່ສ້າງທັງໜົດ 4 ເດືອນ ຈຶ່ງໄດ້ຈັດການມອບຮັບໃນວັນທີ 13 ພະຈິກ 2008. ລະຫວ່າງທ່ານ ປີເຕີ ອາລເບີດ, ຜູ້ອຳນວຍການໃຫຍ່ບໍລິສັດ ອອສ-ລ້ານຊ້າງມິເນໂຣນສ໌ ແລະ ທ່ານ ບຸນຖົມ ເຄນະພູມ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ ໂດຍມີພະນັກງານ, ຄູ-ອາຈານແລະນັກຮຽນເຂົ້າຮ່ວມ. ທ່ານ ປິເຕີ ອາລເບີດກກ່າວວ່າ: ການຊ່ວຍເຫລືອບູລະນະ ໂຮງຮຽນ ມັດທະຍົມສຶກສາສົມບູນ ວຽງຈັນ ຄັ້ງນີ້ຈະສາມາດສ້າງບັນ ຍາກາດທີ່ດີໃຫ້ແກ່ນັກຮຽນ ແລະຄູອາຈານ ແລະເປັນປະໂຫຍດໃຫ້ແກ່ນັກຮຽນລຸ້ນຕໍ່ໄປ. ໂດຍລວມແລ້ວການຊ່ວຍ ເຫລືອດັ່ງ ກ່າວຂອງບໍລິສັດແມ່ນເລັ່ງໃສ່ເຂດຈຸດສຸມ ເມືອງວິລະບູລີ ແຂວງສະຫວັນນະເຂດ, ແຕ່ເຫັນໄດ້ຄວາມສຳຄັນ ຂອງຕາ ໜ່າງການສຶກ ສາ ທາງບໍລິສັດຈຶ່ງໄດ້ຕົກລົງໃຫ້ການຊ່ວຍເຫລືອຢູ່ນະຄອນຫລວງວຽງຈັນ ກໍຄືໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ. ໃນໄລ ຍະ ທີ່ຜ່ານມາການຊ່ວຍເຫລືອຂອງບໍລິສັດຕໍ່ຊຸມຊົນທ້ອງຖິ່ນຢູ່ ເມືອງວິລະບູລີ ລວມມີການພັດທະນາການສຶກສາ, ສາທາລະນະ ສຸກ, ກະສິກຳ, ການພັດທະນາທຸລະກິດທ້ອງຖິ່ນ, ວຽກງານພື້ນຖານໂຄງລ່າງ ແລະ ການທ່ອງທ່ຽວ ໃນນັ້ນໄດ້ສ້າງໂຮງຮຽນ ໃຫ້ທ້ອງ ຖິ່ນຂອງເມືອງ ແລະຊ່ວຍເຫລືອດ້ານການສຶກສາ ແລະໃຫ້ທຶນການສຶກສາ 3 ທຶນຕໍ່ປີ ໂດຍຮ່ວມກັບໂຄງການອື່ນໆ ໃຫ້ທຶນເພື່ອ ການສຶກສາ./.
ັບສາລະບານ